ຈີນ ມອບເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ອູແກຣນ

ຈີນ ມອບເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ອູແກຣນ
ຂປລ.ອີງຕາມ ແຫລ່ງຂ່າວ ຊິນຮວາ ຂອງຈີນ, ທ່ານ ຈ້າວລີ່ຈຽນ ໂຄສົກ ກະຊວງ ການຕ່າງ ປະເທດ ຂອງ ຈີນ ເປີດເຜີຍ ວ່າ:
ສະພາ ກາແດງ ຈີນ (RCSC) ຈະຈັດສັນ ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ໃຫ້ແກ່ ສະພາ ກາແດງ ອູແກຣນ ຕາມຄຳຮຽກຮ້ອງ ຂອງ ຝ່າຍອູແກຣນ ໂດຍມີມູນຄ່າ 5 ລ້ານຢວນ.
ໃນນັ້ນ ລວມເຖິງ ອາຫານ ແລະ ເຄື່ອງໃຊ້ ໃນຊີວິດ ປະຈຳວັນ.
ເຄື່ອງຊ່ວຍເຫລືອ ຊຸດທຳອິດ ໄດ້ຂົນສົ່ງ ອອກຈາກ ນະຄອນຫລວງ ປັກກິ່ງ ຂອງຈີນ ເມື່ອວັນທີ 9 ມີນາຜ່ານມາ .